ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະພາ​ແຫ່ງ​ຊາດ​ຫວຽດນາມ ​ຕັ້້ງ​ໜ້າ​ຜັນ​ຂະຫຍາຍ​ວຽກ​ງານ​ພົວພັນ​ຕ່າງປະເທດ

     ອີງ​ຕາມ​ລາຍ​ງານ​ຈາກ​ວິທະຍຸ​ກະຈາຍສຽງ​ ຫວຽດນາມ​ ແຈ້ງ​ໃຫ້​ຮູ້​ໃນ​ວັນ​ທີ 12 ກຸມພາ 2024 ຜ່ານ​ມາ​ນີ້​ວ່າ: ໂດຍ​ອີງ​ຕາມ
ຄຳ​ເວົ້າ​ຂອງ ​ທ່ານ ຫວູ ຫາຍ ​ຮ່າ, ຫົວໜ້າ​ກຳມາ​ທິ​ການ​ພົວພັນ​ຕ່າງປະເທດ​ຂອງ​ສະພາ​ແຫ່ງ​ຊາດຫວຽດນາມ ໃຫ້​ຮູ້​ວ່າ: ໃນ​ປີຜ່ານ
ມາ, ການເຄື່ອນໄຫວ​ພົວພັນ​ຕ່າງປະເທດ​ຂອງ​ສະພາ​ແຫ່ງ​ຊາດ ​ຫວຽດນາມ ໄດ້​ຮັບ​ໝາກຜົນ​ສຳຄັນ, ປະກອບສ່ວນ​ສ້າງ​ຂີດ​ໝາຍ,
ຈຸດ​ເດັ່ນ​ໃນ​ການ​ພົວພັນ​ຕ່າງປະເທດ​ລວມ​ຂອງ​ປະເທດ​ຊາດ.

     ໃນ​ໄລຍະ​ຜ່ານ​ມາ, ທ່ານ ເວືອງ ດິ່ງ ​ເຫວະ ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ໄດ້​ເດີນທາງ​ໄປ​ຢ້ຽມຢາມ​ບັນດາ​ປະເທດ​ຄູ່​
ຮ່ວມ​ມື​ທີ່​ສຳຄັນ, ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ແລະ ບັນດາ​ປະເທດ​ເພື່ອນ​ມິດ​ທີ່​ເປັນ​ມູນເຊື້ອ ທັງ​ໃນ ອາ​ເມ​ຣິ​ກາລາ​ຕິນ ແລະ
ອາ​ຟຣີ​ກາ. ສຳລັບ​ບັນດາ​ປະເທດ​ບ້ານ​ໃກ້​ເຮືອນ​ຄຽງ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ໄດ້​ມາ​ຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່ ​ສປປ ລາວ,
ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ສະພາ​ແຫ່ງ​ຊາດ 3 ປະເທດ: ກຳປູເຈຍ-ລາວ-ຫວຽດນາມ ຄັ້ງ​ທີ 1, ຢ້ຽມຢາມລາຊະ​ອານາຈັກໄທ.

     ນອກຈາກ​ນັ້ນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ກໍ​ໄດ້​ເດີນທາງ​ໄປ​ຢ້ຽມຢາມບັງ​ກະລາ​ເດດ ແລະ ບູນ​ກາ​ຣີ ຢ່າງ​ເປັນ​ທາງ​ການ.
ສຳລັບ​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່ AIPA 44 ຢູ່ ອິນ​ໂດ​ເນ​ເຊຍ.
ການ​ພົວພັນ​ຕ່າງປະເທດ​ໜຶ່ງ​ອີກ​ຄັ້ງ​ທີ່​ສຳຄັນ​ໃນ​ປີ 2023 ແມ່ນ​ກອງ​ປະຊຸມ​ສະມາຊິກ​ລັດ​ຖະ​ສະພາ​ໜຸ່ມ​ທົ່ວ​ໂລກ​ ຄັ້ງທີ 9, ໂດຍ​
ສະພາ​ແຫ່ງ​ຊາດຫວຽດນາມ ເປັນ​ເຈົ້າພາບ​ຈັດ​ຕັ້ງ​ຂຶ້ນ ເຊິ່ງ​ໄດ້​ບັນລຸ​ຜົນສຳເລັດ​ຢ່າງ​ຈົບງາມ. ນອກ​ນັ້ນ, ກໍຢັ້ງຢືນ​ການ​ເຂົ້າ​ຮ່ວມ​ຢ່າງ​
ຕັ້ງໜ້າ, ເປັນ​ເຈົ້າ​ການ, ມີ​ຄວາມ​ຮັບຜິດຊອບ​ຂອງ ຫວຽດນາມໃນ​ສະຫະພັນ​ລັດ​ຖະ​ສະພາ​ໂລກ (IPU).

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 16/02/2024